ກ່ຽວກັບພວກເຮົາ

ກ່ຽວກັບພວກເຮົາ

ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ສປປ ລາວ ເປັນອົງປະກອບໜຶ່ງຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ.
ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ອົດສະຕາລີ, ໄອສແລນ, ອາເມລິກາ ແລະ ທະນາຄານໂລກ.
ທສທ ໃຫ້ຄໍາປຶກສາທາງທຸລະກິດຢ່າງເທົ່າທຽມ. ຜູ້ສະໝັກທີ່ໄດ້ຕາມເງື່ອນໄຂຈະໄດ້ຮັບການພິຈາລະນາ ເພື່ອໃຫ້ຄໍາປຶກສາທາງທຸລະກິດ ແລະ ທຶນສົມທົບເພື່ອສົງເສີມທຸລະກິດຈາກ ທສທ ໂດຍບໍ່ມີການຈໍາແນກທາງເພດ, ຊົນເຜົ່າ, ສາດສະໜາ, ຄວາມພິການ ແລະ ອາຍຸ.

ດາວໂຫລດໂບຼຊົວ

ພົບກັບທິມງານຂອງພວກເຮົາ

ທີມງານຂອງພວກເຮົາປະກອບດ້ວຍ ທີມງານທີ່ເປັນມືອາຊີບລະດັບສາກົນທີ່ມີ ຄວາມຊໍານານ ແລະ ປະສົບການໃນການເຮັດວຽກກັບທຸລະກິດ ໃນ ສປປ ລາວ ແລະ ໃນພາກພື້ນ ມາເປັນເວລາຍາວນານ. ທີມງານຂອງພວກເຮົາພ້ອມທີ່ຈະໃຫ້ ການຊ່ວຍເຫຼືອທ່ານ ເພື່ອກ້າວໄປສູ່ການປັບຮູບໂສມ ແລະ ການຂະຫຍາຍທຸລະກິດຂອງທ່ານ.

ທ່ານ ນິໂກລາສ (ນິກ) ຟີີຣແມນ

ຫົວໜ້າໂຄງການ ທສທ

ທ່ານ ນິກ ເປັນທີ່ປຶກສາທີ່ມີປະສົບການສູງ ແລະ ເປັນຜູ້ຄຸ້ມຄອງບໍລິຫານກອງທຶນຊ່ວຍເຫຼືອລ້າ, ທັງເປັນຜູ້ທີ່ມີປະສົບການຫຼາຍກ່ວາ 25 ປີ ໃນການເຮັດວຽກກ່ຽວກັບໂຄງການດ້ານການພັດທະນາພາກເອກະຊົນ ແລະ ໂຄງການການຂະຫຍາຍຕົວທາງດ້ານເສດຖະກິດໂດຍລວມໃນ ພາກອາຊີຕາເວັນອອກສຽງໃຕ້. ທ່ານ ນິກ ຍັງເຮັດວຽກໃຫ້ຄໍາປຶກສາໃນຂົງເຂດທະນາຄານເພື່ອການລົງທຶນ, ການຄຸ້ມຄອງຮຸ້ນ ແລະ ຊັບສິນຂອງເອກະຊົນ, ການພັດທະນາເສດຖະກິດ, ແລະ ຍັງຈັດຕັ້ງປະຕິບັດກອງທຶນຊ່ວຍເຫຼືອລ້າ ຫລື ‘challenge fund’ grant facilities. ທ່ານ ນິກ ຍັງໄດ້ນໍາພາ ແລະ ເປັນທີ່ປຶກສາອາວຸໂສໃຫ້ແກ່ໂຄງການພັດທະນາພາກເອກະຊົນ ຢູ່ປະເທດ ບູຖານ, ກໍາປູເຈຍ, ສປປ ລາວ, ພະມ້າ, ໄທ ແລະ ຫວຽດນາມ. ທ່ານ ນິກ ສໍາເລັດການສຶກສາຂັ້ນປະລິນຍາເອກ ໃນສາຂາການຄ້າສາກົນ, ແລະ ບົດຄົ້ນຄວ້າກ່ຽວກັບດ້ານນະໂຍບາຍຂອງເພິ່ນ ກໍ່ໄດ້ຖືກເຜີຍແຜ່ໄປຢ່າງກວ້າງຂວາງ.

ທ່ານ ນາງ ວິໄລຈິດ (ເມ໋) ແສນມັງທອງ

ຮອງຫົວໜ້າ ໂຄງການ ທສທ

ເມ໋ ມີປະສົບການເຮັດວຽກກັບພາກເອກະຊົນຢູ່ໃນ ສປປ ລາວ ຫຼາຍກວ່າ 20 ປີ. ປະສົບການດັ່ງກ່າວລວມເຖິງ ການຮັບຕໍາແໜ່ງຜູ້ບໍລິຫານຂັ້ນສູງໃນບໍລິສັດຂະໜາດໃຫຍ່ ຊີ້ນໍາການວາງແຜນຍຸດທະສາດ, ການດໍາເດີນຂອງທຸລະກິດ ແລະ ຂັບເຄື່ອນການຂະຫຍາຍຕົວ. ເມ໋ ຍັງເຄີຍເປັນທີ່ປຶກສາ, ໃຫ້ຄໍາແນະນໍາແກ່ ທຸລະກິດຂະໜາດນ້ອຍ ແລະ ກາງ ທາງດ້ານການການຂະຍາຍຂອງທຸລະກິດ, ແລະ ພ້ອມກັນນັ້ນ ກໍ່ເຄີຍເຮັດວຽກຮ່ວມມືກັບ ພະແນກ ຈັດຕັງປະຕິບັດ ໂຄງການຂອງຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໃນການໃຫ້ ຄໍາແນະນໍາໂຄງການເພື່ອຊ່ວຍຊຸກຍູ້ການພັດທະນາທຸລະກິດຂະໜາດກາງ ແລະ ນ້ອຍ ໃນ ສປປ ລາວ. ເມ໋ ມີຄວາມຮູ້ທີ່ກວ້າງຂວາງ ຕໍ່ກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ ທີ່ທຸລະກິດໃນ ສປປ ລາວ ກໍາລັງພົບພໍ້ຢູ່ ພ້ອມກັນນີ້ ກໍ່ຍັງມີວິທີທາງເພື່ອຊ່ວຍແກ້ໄຂບັນດາບັນຫາດັ່ງກ່າວ ອີກດ້ວຍ.

ທ່ານ ນາງ ຕຸນີ່ ແສນຍາກອນ

ທີ່ປຶກສາດ້ານທຸລະກີດ ທສທ

ຕຸນີ່ ມີປະສົບການໃນການເຮັດວຽກຮ່ວມກັບພາກເອກະຊົນຢູ່ໃນ ສປປ ລາວ ຫຼາຍກວ່າ 10 ປີ. ປະສົບການດັ່ງກ່າວກວມເອົາ ການກໍ່ຕັ້ງວິສາຫະກິດສ່ວນບຸກຄົນ, ການບໍລິຫານການດໍາເນີນງານສໍາລັບອົງການຈັດຕັ້ງເອກະຊົນ ພ້ອມທັງ ເປັນຜູ້ຮັບຜິດຊອບດ້ານການຕະຫຼາດໃຫ້ແກ່ບໍລິສັດໃຫຍ່ໆຂອງຕ່າງຊາດ ພາຍໃນປະເທດ. ການເຮັດວຽກກັບຫຼາກຫຼາຍບໍລິສັດຂອງຕຸນີ່, ເຮັດໃຫ້ຜູ້ກ່ຽວມີປະສົບການໃນການເຮັດວຽກຢ່າງໃກ້ສິດກັບຜູ້ບໍລິຫານລະດັບສູງ ແລະ ເຈົ້າຂອງທຸລະກິດ, ໂດຍສະເພາະວຽກງານທີ່ຕິດພັນກັບການວິເຄາະການດໍາເນີນທຸລະກິດ, ການກໍານົດໂອກາດໃນການຂະຫຍາຍຕົວຂອງທຸລະກິດ ແລະ ຄວາມຈໍາກັດຂອງຄວາມສາມາດ, ຫຼື ໃນການພັດທະນາ ແລະ ການຈັດຕັ້ງປະຕິບັດຍຸດທະສາດການຂະຫຍາຍຕົວ. ຕຸນີ່ ເປັນຜູ້ທີ່ມີຄວາມຄິດສ້າງສັນ ແລະ ມີຄວາມຮູ້ທາງດ້ານການຕະຫຼາດທີ່ແໜ້ນ ບວກກັບຄວາມເຂົ້າໃຈອັນເລິກເຊິ່ງ ໃນທຸລະກິດ start-ups ແລະ ທຸລະກິດຂອງຄົນຍຸກໃໝ່.

ທ່ານ ນາງ ສຸດາພອນ (ບີ້) ມອນສະຫວັນ

ທີ່ປຶກສາດ້ານທຸລະກີດ ທສທ

ບີ້ ມີປະສົບການໃນການເຮັດວຽກກັບພາກເອກະຊົນຢູ່ ສປປ ລາວ ຫຼາຍກວ່າ 14 ປີ ເຊິ່ງປະສົບການດັ່ງກ່າວລວມເຖິງ ການເຮັດວຽກໃນນາມທີ່ປຶກສາຂອງ ທສທ ໄລ່ຍະ I, ໃຫ້ຄໍາປຶກສາພາກທຸລະກິດເພື່ອການຂະຫຍາຍຕົວ, ແລະ ທັງເປັນຜູ້ຈັດການທົ່ວໄປຂອງບໍລິສັດເອກະຊົນແຫ່ງໜຶ່ງໃນ ສປປ ລາວ. ປະສົບການດັ່ງກ່າວເຮັດໃຫ້ຜູ້ກ່ຽວມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບສະພາບເເວດລ້ອມຂອງການດໍາເນີນທຸລະກິດທີ່ຕິດພັນກັບຫຼາຍຂະແໜງການ ລວມເຖິງການບໍລິການໃນ ສປປລາວ. ບີ້ ມີຄວາມຮູ້ກ່ຽວກັບ ບັນຫາດ້ານສິ່ງທ້າທາຍຕ່າງໆທີ່ທຸລະກິດຢູໃນ ສປປ ລາວ ພົບພໍ້ ແລະ ຜູ້ກ່ຽວຍັງຖືວ່າເປັນຜູ້ມີປະ ສົບການສູງໃນການຊ່ວຍທຸລະກິດໃນການຂ້າມຜ່ານບັນດາບັນຫາຕ່າງໆ.