ເງື່ອນໄຂທີ່ຈະໄດ້ຮັບທຶນ

ພວກເຮົາມີຄວາມຍິນດີຮ່ວມງານກັບບັນດາບໍລິສັດໃນທົ່ວ ສປປ ລາວ ຊຶ່ງບໍ່ຈໍາກັດພຽງແຕ່ບໍລິສັດທີ່ຢູ່ພາຍໃນ ແລະ ອ້ອມຂ້າງນະຄອນຫຼວງວຽງຈັນ.
ພວກເຮົາມີຄວາມຍິນດີຮ່ວມງານກັບບໍລິສັດທຸກຂະໜາດ ນັບແຕ່ນ້ອຍ ຫາ ໃຫຍ່.
ພວກເຮົາມີຄວາມຍິນດີຮ່ວມງານກັບບໍລິສັດທີ່ດຳເນີນທຸລະກິດທີ່ຕິດພັນກັບຫຼາກຫຼາຍຂະແໜງການ ລວມເຖິງ ທຸລະກິດທາງດ້ານກະສິກຳ.
ການເຮັດວຽກຮ່ວມກັບບໍລິສັດທີ່ມີ ແມ່ຍິງ ເປັນຜູ້ບໍລິຫານ ຫຼື ເຈົ້າຂອງ ເປັນບຸລິມະສິດຂອງພວກເຮົາ.

ບໍລິສັດທີ່ມີເງື່ອນໄຂສະໝັກຂໍທຶນ:


ໄດ້

• ບໍລິສັດ ຫຼື ວິສາຫະກິດເອກະຊົນທີ່ດຳເນີນທຸລະກິດໃນ ສປປ ລາວ ແລະ ສະໜອງວຽກເຮັດງານທຳໃຫ້ແກ່ພົນລະເມືອງລາວ.
• ບໍລິສັດທີ່ຕ້ອງການສ້າງຂໍ້ໄດ້ປຽບທາງດ້ານການແຂ່ງຂັນ ແລະ ການຂະຫຍາຍຕົວຂອງທຸລະກິດ.
• ບໍລິສັດທີ່ຕ້ອງການປັບປຸງລະບົບການປະຕິບັດງານໃຫ້ສູງຂຶ້ນ.
• ບໍລິສັດທີ່ຕ້ອງການການປ່ຽນແປງ ຫຼື ສ້າງສັນສິ່ງໃໝ່ໆດ້ານວິຊາການ.
• ບໍລິສັດເຮັດວຽກຮ່ວມກັບແມ່ຍິງ, ຄົນທຸກຍາກ ແລະ ຊຸມຊົນທີ່ດ້ອຍໂອກາດ.
• ບໍລິສັດທີ່ມີຮູບແບບທຸລະກິດທີ່ມີສ່ວນຮ່ວມ ແລະ ສາມາດເຮັດໃຫ້ເສດຖະກິດຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງພົນລະເມືອງລາວໃຫ້ດີຂຶ້ນ.
• ທຸລະກິດທີ່ລິເລີ້ມໃໝ່ມີສິດສະມັກຂໍທຶນເຊັນດຽວກັນ, ແຕ່ໂຄງການ ທສທ II ຈະຖືເອົາຄວາມສ່ຽງຂອງທຸລະກິດເປັນປັດໃຈຫຼັກໃນການຕັດສິນວ່າທຸລະກິດນັ້ນເໝາະສົມທີ່ຈະໄດ້ຮັບທຶນສົມທົບ ຫຼື ບໍ. ພວກເຮົາຄາດຫວັງວ່າບໍລິສັດສ່ວນຫຼາຍທີ່ ທສທ II ຈະໃຫ້ການສະໜັບສະໜູນແມ່ນເປັນທຸລະກິດທີ່ໄດ້ເລີ້ມມີການຈັດຕັ້ງປະຕິບັດແລ້ວ.


ບໍ່ໄດ້

• ບໍລິສັດທີ່ມີລັດຖືຮຸ້ນ ແລະ ບໍລິຫານ.
• ສະມາຄົມ ແລະ ອົງການຈັດຕັ້ງທີ່ບໍ່ສ້າງຜົນກຳໄລ.
• ທຸລະກິດທີ່ຕິດພັນກັບອາວຸດ/ ສິ່ງມຶນເມົາ/ຢາສູບ.
• ຂະແໜງການເງິນ.
• ຂະແໜງໂທລະຄົມ.
• ຂະແໜງການຂຸດຄົ້ນບໍ່ແຮ່ ຫຼື ຮູບແບບຂະແໜງການທີ່ເຮັດກ່ຽວກັບການທຳລາຍ ຫຼື ສົ່ງຜົນກະທົບຕໍ່ຊັບພະຍາກອນທຳມະຊາດ.
• ຂະແໜງຜະລິດ &ຈຳໜ່າຍພະລັງງານໄຟຟ້າ.[1]


ທຶນສົມທົບ

ພວກເຮົາສະໜອງທຶນສົມທົບ 50 % ຂອງຄ່າໃຊ້ຈ່າຍສຳລັບການໃຫ້ບໍລິການດ້ານການພັດທະນາທຸລະກິດ ທຶນສົມທົບດັ່ງກ່າວຈະຖືກຈ່າຍໃຫ້ບໍລິສັດທີ່ໄດ້ຮັບທຶນພາຍຫຼັງວຽກງານກິດຈະກໍາຕາມແຜນທີ່ຖືກອານຸມັດສຳເລັດ. (ທສທ II ບໍ່ສາມາດຈ່າຍເງິນທຶນສົມທົບໂດຍກົງ ໃຫ້ແກ່ຜູ້ສະໜອງການບໍລິການທາງດ້ານທຸລະກິດໄດ້ເມື່ອວຽກງານສໍາເລັດລົງ).

ເຖິງວ່າ ພວກເຮົາຈະສາມາດສະໜອງທຶນສົມທົບໄດ້ສູງສຸດເຖິງ 200.000 ໂດລາສະຫະລັດ ຕໍ່ ໜຶ່ງບໍລິສັດກໍ່ຕາມ, ແຕ່ພວກເຮົາຄາດຫວັງວ່າ ທຶນສົມທົບສ່ວນຫຼາຍແລ້ວ ຈະຖືກຂໍມາໃນຮູບແບບທີ່ເໝາະສົມຕາມຂະໜາດ ແລະ ກິດຈະກຳທີ່ຕ້ອງການຂອງທຸລະກິດ ແລະ ພວກເຮົາບໍ່ໄດ້ມີການກໍານົດທຶນທີ່ຕໍ່າສຸດ.

ການນໍາໃຊ້ທຶນທີ່ໄດ້ຮັບອະນຸຍາດຈາກ ທສທ II

ໄດ້

• ແນ່ໃສ່ການຊ່ວຍເຫຼືອທາງດ້ານວິຊາການສະເພາະດ້ານ
• ການຝຶກອົບຮົມທາງດ້ານວິຊາການສະເພາະດ້ານ
• ການເຂົ້າເຖິງຕະຫຼາດ ແລະ ການຄົ້ນຄວ້າວິໄຈ

ບໍ່ໄດ້

• ສິນຄ້າ ແລະ ວຽກງານຂອງລັດຖະບານ
• ວັດຖຸ ແລະ ຊັບສິນຕ່າງໆ
• ທຶນໝູນວຽນພາຍໃນ


[1] ສໍາລັບທຸລະກິດທີ່ສະໜອງການບໍລິການໃຫ້ແກ່ບໍລິສັດ ແລະ ໂຄງການ ບໍ່່ແຮ່, ພະລັງງານ ຫຼື ໂທລະຄົມ ແມ່ນສາມາດສະມັກຂໍຮັບທຶນໄດ້ບົນພື້ນຖານ ເງື່ອນໄຂຕ່າງໆຂອງການໃຫ້ທຶນ.